ເປັນ​ຫຍັງ​ຈຶ່ງ​ເລືອກ​ AllCounted?


1 ເປັນ​ລະ​ບົບ​ແບບ​ສຳ​ຫຼວດ​ທີ່​ ຟຣີ​ 100% ແລະ​ ມີ​ຄຸນ​ສົມ​ບັດ​ຄົບ​ຖ້ວນ ພຽງ​ແຫ່ງ​ດຽວ​ໃນ​ເວັບ. ບໍ່​ມີ​ຂໍ້​ຈຳ​ກັດ. ທ່ານ​ຈະ​ບໍ່​ໄດ້​ຈ່າຍ​ເງິນ​ຈັກ​ກີບ.
2 ດີ​ກວ່າ​ຫຼາຍ​ເວັບ​ໄຊ​ທີ່​ຕ້ອງ​ເສຍ​ເງິນ​ ເຊິ່ງ​ໂຄ​ສະ​ນາ​ເກີນ​ຈິງ​ວ່າ​ "ຟຣີ"​ ແຕ່​ກັບ​ມີ​ຂໍ້​ຈຳ​ກັດ​ໃນ​ການ​ບໍ​ລິ​ການ.
3 ງ່າຍ,​ ມີ​ປະ​ສິດ​ທິ​ພາບ,​ ໃຊ້​ງານ​ໄດ້​ຈິງ,​ ມີ​ນະ​ວັດ​ຕະ​ກຳ​ ແລະ​ ປອດ​ໄພ.
AllCounted ບໍ່​ໄດ້​ຮັບ​ຮອງ​ຫົວ​ຂໍ້​ ຫຼື​ ຄຳ​ຖາມ​ຂອງ​ແບບ​ສຳ​ຫຼວດ​ໃດໆ​ ທີ່​ສ້າງ​ຂຶ້ນ​ໂດຍ​ຜູ້​ໃຊ້.

ສິ່ງ​ທີ່​ພວກ​ເຮົາ​ມອບ​ໃຫ້

ກົດ​ເກນ​ລະ​ດັບ​ຄຳ​ຖາມ​ ແລະ​ ໜ້າ
ຮູບ​ພາບ​ ແລະ​ ວິ​ດີ​ໂອ​ໃນ​ແບບ​ສຳ​ຫຼວດ
ການ​ໃຫ້​ຄະ​ແນນ​ການ​ຕອບ​ ແລະ​ ແບບ​ສຳ​ຫຼວດ​ທີ່​ກຳ​ນົດ​ເວ​ລາ
ການ​ສະ​ແດງ​ຜົນ​ທີ່​ປັບ​ແຕ່ງ​ໄດ້​ ແລະ​ ຮອງ​ຮັບ​ມື​ຖື
ຫຼາຍ​ຊ່ອງ​ທາງ​ໃນ​ການ​ແຈກ​ຈ່າຍ​ແບບ​ສຳ​ຫຼວດ
ເຄື່ອງ​ມື​ວິ​ເຄາະ​ທີ່​ມີ​ປະ​ສິດ​ທິ​ພາບ
ສະ​ແດງ​ຜົນ​ໃນ​ຮູບ​ແບບ​ແຜນ​ພູມ,​ ຕາ​ຕະ​ລາງ,​ ແຜນ​ທີ່
ສົ່ງ​ອອກ​ເປັນ​ Excel, PDF, TXT
ແມ່​ແບບ​ແບບ​ສຳ​ຫຼວດ​ນັບ​ພັນ
ເຄື່ອງ​ມື​ການ​ເຮັດ​ວຽກ​ຮ່ວມ​ກັນ, SSL & ອື່ນໆ!

ວິ​ທີ​ທີ່​ພວກ​ເຮົາ​ຊ່ວຍ​ເຫຼືອ

ກົດ​ເກນ​ທີ່​ອີງ​ຕາມ​ຫຼາຍ​ຄຳ​ຖາມ​ ແລະ​ ຫຼາຍ​ໜ້າ​
ການ​ເຮັດ​ຕາ​ຕະ​ລາງ​ວິ​ເຄາະ​ສອງ​ທາງ​ທີ່​ງ່າຍ​
ເຄື່ອງ​ມື​ທາງ​ສະ​ຖິ​ຕິ​ທີ່​ມີ​ປະ​ໂຫຍດ​
ແຄມ​ເປນ​ ແລະ​ ຊ່ອງ​ທາງ​ການ​ແຈກ​ຈ່າຍ​ທີ່​ຢືດ​ຢຸ່ນ​
ຂໍ້​ຈຳ​ກັດ​ຜູ້​ເຂົ້າ​ຮ່ວມ​ທີ່​ມີ​ປະ​ສິດ​ທິ​ພາບ​
ການ​ແບ່ງ​ປັນ​ຜົນ​ທີ່​ບໍ່​ມີ​ໃຜ​ທຽບ​ໄດ້​
ລະ​ບົບ​ການ​ໃຫ້​ຄະ​ແນນ​ການ​ຕອບ​
ຖານ​ຂໍ້​ມູນ​ທີ່​ຄົ້ນ​ຫາ​ໄດ້​ ແລະ​ ປອດ​ໄພ​
ກຸ່ມ​ເພື່ອນ​ ແລະ​ ຜູ້​ເຂົ້າ​ຮ່ວມ​
ແຜນ​ທີ່​ຂອງ​ການ​ຕອບ​ ແລະ​ ອື່ນໆ!

ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້

ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ
ເລີ່ມ​ຕົ້ນ​ຢ່າງ​ວ່ອງ​ໄວ​ດ້ວຍ​ແມ່​ແບບ
ສ້າງ​ແບບ​ສຳ​ຫຼວດ​ໄດ້​ບໍ່​ຈຳ​ກັດ
ເກັບ​ກຳ​ການ​ຕອບ​ໄດ້​ບໍ່​ຈຳ​ກັດ
ໄດ້​ຮັບ​ຜົນ​ທີ່​ທັນ​ທີ​ ແລະ​ ນຳ​ໄປ​ໃຊ້​ໄດ້​ຈິງ
ຄົ້ນ​ຫາ​ແບບ​ສຳ​ຫຼວດ​ ແລະ​ ຜົນ​ທີ່​ມີ​ຢູ່​ແລ້ວ
ຕິດ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ສາ​ທາ​ລະ​ນະ
ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ
ເຊື່ອມ​ຕໍ່​ກັບ​ຄົນ​ອື່ນ
ສ້າງ​ທຸ​ລະ​ກິດ​ ແລະ​ ແບ​ຣນ​ຂອງ​ທ່ານ
ຄຳ​ຄິດ​ເຫັນ​ຈາກ​ຜູ້​ໃຊ້​ຕົວ​ຈິງ​ເຊັ່ນ​ທ່ານ

ຂ້ອຍ​ປະ​ທັບ​ໃຈ​ຫຼາຍ​ກັບ​ເວັບ​ໄຊ​ຂອງ​ທ່ານ,​ ຄວາມ​ສາ​ມາດ​ທີ່​ຫຼາກ​ຫຼາຍ,​ ແລະ​ ການ​ບໍ​ລິ​ການ​ລູກ​ຄ້າ​ທີ່​ດີ​ເລີດ​ຢ່າງ​ບໍ່​ໜ້າ​ເຊື່ອ​ທີ່​ທ່ານ​ມອບ​ໃຫ້. ມັນ​ຟຣີ,​ ເຊິ່ງ​ເປັນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ເມື່ອ​ທຽບ​ກັບ​ຄຸນ​ນະ​ພາບ​ຂອງ​ເວັບ​ໄຊ. ທ່ານ​ອະ​ນຸ​ຍາດ​ໃຫ້​ໃສ່​ແບ​ຣນ​ໄດ້,​ ມີ​ການ​ປັບ​ແຕ່ງ​ທີ່​ຫຼາກ​ຫຼາຍ,​ ການ​ອອກ​ແບບ​ແບບ​ສຳ​ຫຼວດ​ທີ່​ຊັບ​ຊ້ອນ,​ ແລະ​ອື່ນໆ.

ຂ້ອຍ​ເລືອກ​ເວັບ​ໄຊ​ຂອງ​ທ່ານ​ຫຼັງ​ຈາກ​ທີ່​ໄດ້​ທົດ​ລອງ​ມາ​ຫຼາຍ​ບ່ອນ. ຂ້ອຍ​ອອກ​ແບບ​ ແລະ​ ໃຊ້​ແບບ​ສຳ​ຫຼວດ​ສຳ​ລັບ​ໂຄງ​ການ​ທີ່​ຂ້ອຍ​ບໍ​ລິ​ຫານ​ຢູ່​ອົງ​ກອນ​ທີ່​ບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ ແລະ​ ພວກ​ເຮົາ​ບໍ່​ມີ​ງົບ​ປະ​ມານ​ຫຼາຍ. ພວກ​ເຮົາ​ເຄີຍ​ໃຊ້​ SurveyMonkey. ໃນ​ລາ​ຄາ​ 20 ໂດ​ລາ,​ ມັນ​ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ເຮັດ​ໄດ້​ພຽງ​ບໍ່​ເທົ່າ​ໃດ​ແບບ​ສຳ​ຫຼວດ​ຕໍ່​ເດືອນ​ ຕາບ​ໃດ​ທີ່​ມັນ​ບໍ່​ເກີນ​ 10 ຄຳ​ຖາມ. ມັນ​ບໍ່​ສາ​ມາດ​ໃສ່​ແບ​ຣນ​ໄດ້​ ຫຼື​ ບໍ່​ມີ​ຄວາມ​ຊັບ​ຊ້ອນ. ໃນ​ເດືອນ​ຕຸ​ລາ​ ລາ​ຄາ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຄາດ​ຄິດ​ເປັນ​ 49 ໂດ​ລາ/ເດືອນ. ຂ້ອຍ​ຫາ​ທາງ​ເລືອກ​ອື່ນ​ໃນ​ລາ​ຄາ​ດຽວ​ກັນ​ ແລະ​ ທົດ​ສອບ​ເບິ່ງ,​ ແຕ່​ກໍ​ໄດ້​ມາ​ພົບ​ເວັບ​ໄຊ​ຂອງ​ທ່ານ​ ແລະ​ ໄດ້​ລອງ​ໃຊ້. ມັນ​ທຽບ​ກັນ​ບໍ່​ໄດ້​ເລີຍ. ຟຣີ + ໃສ່​ແບ​ຣນ​ໄດ້ + ຕົວ​ເລືອກ​ການ​ອອກ​ແບບ​ທີ່​ຊັບ​ຊ້ອນ​ ຊະ​ນະ​ໃຈ​ຂ້ອຍ​ເລີຍ. ແຕ່​ສິ່ງ​ທີ່​ດີ​ທີ່​ສຸດ​ກໍ​ຄື....

ຂ້ອຍ​ມີ​ຄຳ​ຖາມ​ບາງ​ຢ່າງ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ ແລະ​ ບໍ່​ສາ​ມາດ​ຫາ​ຄຳ​ຕອບ​ໄດ້​ໃນ​ Q&A. ຂ້ອຍ​ຈຶ່ງ​ຂຽນ​ຫາ​ຝ່າຍ​ບໍ​ລິ​ການ​ລູກ​ຄ້າ. ໂອ້​ມາຍ​ກັອດ! ບໍ່​ພຽງ​ແຕ່​ຄຳ​ຖາມ​ຂອງ​ຂ້ອຍ​ຈະ​ໄດ້​ຮັບ​ຄຳ​ຕອບ​ເທົ່າ​ນັ້ນ,​ ແຕ່​ຍັງ​ມີ​ພາບ​ໜ້າ​ຈໍ​ ແລະ​ ຄຳ​ແນະ​ນຳ​ເທື່ອ​ລະ​ຂັ້ນ​ຕອນ​ນຳ​ອີກ. ຂ້ອຍ​ບໍ່​ໄດ້​ຄາດ​ຫວັງ​ຫຍັງ​ຫຼາຍ,​ ຫຼື​ ອາດ​ຈະ​ຄາດ​ຫວັງ​ຕ່ຳ​ດ້ວຍ​ຊ້ຳ,​ ແຕ່​ມັນ​ເປັນ​ປະ​ສົບ​ການ​ທີ່​ຍອດ​ຢ້ຽມ. ມັນ​ເຮັດ​ໃຫ້​ຂ້ອຍ​ເຫັນ​ຄຸນ​ຄ່າ​ຂອງ​ເວັບ​ໄຊ​ຂອງ​ທ່ານ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ​ອີກ.

ຢ່າ​ຫົວ​ຂວັນ​ເດ,​ ແຕ່​ຂ້ອຍ​ເກືອບ​ຈະ​ບໍ່​ກ້າ​ບອກ​ຄົນ​ອື່ນ​ເລີຍ​ວ່າ​ AllCounted ດີ​ສ່ຳ​ໃດ​ ເພາະ​ຢ້ານ​ວ່າ​ພວກ​ທ່ານ​ຈະ​ໃຫຍ່​ເກີນ​ໄປ​ແລ້ວ​ເຮັດ​ໃຫ້​ການ​ບໍ​ລິ​ການ​ລູກ​ຄ້າ​ທີ່​ດີ​ເລີດ​ນີ້​ຫາຍ​ໄປ. ແນວ​ໃດ​ກໍ​ຕາມ,​ ຂ້ອຍ​ຮູ້​ສຶກ​ຂອບ​ໃຈ​ຫຼາຍ​ທີ່​ໄດ້​ພົບ​ AllCounted.

Julia, ລັດ​ເພນ​ຊິວ​ເວ​ເນຍ, ສະ​ຫະ​ລັດ

ພວກ​ເຮົາ​ບໍ່​ຄ່ອຍ​ໄດ້​ເຮັດ​ແບບ​ສຳ​ຫຼວດ​ເລື້ອຍໆ​ ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້​ສິ່ງ​ນັ້ນ​ໄດ້​ປ່ຽນ​ໄປ,​ ດ້ວຍ​ຜະ​ລິດ​ຕະ​ພັນ​ຂອງ​ທ່ານ​ ພວກ​ເຮົາ​ໄດ້​ສ້າງ​ແບບ​ສຳ​ຫຼວດ​ທີ່​ງ່າຍ​ດາຍ​ສຳ​ລັບ​ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ​ ແລະ​ ຜົນ​ທີ່​ໄດ້​ກໍ​ໜ້າ​ປະ​ຫຼາດ​ໃຈ​ຫຼາຍ. ຜະ​ລິດ​ຕະ​ພັນ​ຂອງ​ທ່ານ​ໃຊ້​ງ່າຍ,​ ມີ​ຄຳ​ແນະ​ນຳ​ທີ່​ຕິດ​ຕາມ​ໄດ້​ງ່າຍ​ ແລະ​ ຜົນ​ທີ່​ໄດ້​ກໍ​ຍອດ​ຢ້ຽມ. ການ​ທີ່​ສາ​ມາດ​ດາວ​ໂຫຼດ​ຜົນ​ເປັນ​ PDF ໄດ້​ເຮັດ​ໃຫ້​ໂຄງ​ການ​ຂອງ​ພວກ​ເຮົາ​ດຳ​ເນີນ​ໄປ ຢ່າງ​ສະ​ດວກ​ສະ​ບາຍ. ພວກ​ເຮົາ​ຈະ​ແນະ​ນຳ​ບໍ​ລິ​ການ​ຂອງ​ທ່ານ​ໃຫ້​ກັບ​ທຸກ​ຄົນ.

Jason, ລັດ​ອາ​ຣິ​ໂຊ​ນາ, ສະ​ຫະ​ລັດ

ຂ້ອຍ​ພົບ​ເວັບ​ໄຊ​ຂອງ​ທ່ານ​ຫຼັງ​ຈາກ​ທີ່​ໄດ້​ຄົ້ນ​ຫາ​ຢ່າງ​ລະ​ອຽດ​ສຳ​ລັບ​ບໍ​ລິ​ການ​ຟຣີ​ສຳ​ລັບ​ຫ້ອງ​ຮຽນ​ຂອງ​ຂ້ອຍ​ ເຊິ່ງ​ອະ​ນຸ​ຍາດ​ໃຫ້​ມີ​ຮູບ​ແບບ​ຄຳ​ຖາມ​ແບບ​ສຳ​ຫຼວດ​ທີ່​ຫຼາກ​ຫຼາຍ,​ ໃຊ້​ງ່າຍ,​ ແລະ​ ມີ​ການ​ວິ​ເຄາະ​ຂໍ້​ມູນ​ທີ່​ດີ​ເລີດ. ຂອງ​ພວກ​ທ່ານ​ຕອບ​ໂຈດ​ທຸກ​ຢ່າງ. ຖ້າ​ພວກ​ທ່ານ​ຕ້ອງ​ການ​ໃຫ້​ໃຜ​ມາ​ຊ່ວຍ​ຢືນ​ຢັນ​ຄວາມ​ດີ​ງາມ​ຂອງ​ AllCounted, ຂ້ອຍ​ຍິນ​ດີ​ທີ່​ຈະ​ເຮັດ​ແນວ​ນັ້ນ. ຂ້ອຍ​ມັກ​ເວັບ​ໄຊ​ຂອງ​ພວກ​ທ່ານ​ຫຼາຍ. ຂໍ​ຂອບ​ໃຈ​ສຳ​ລັບ​ບໍ​ລິ​ການ​ທີ່​ຍອດ​ຢ້ຽມ​ແບບ​ນີ້!

Robert, ສາ​ສະ​ດາ​ຈານ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນິວ​ຢອກ, ສະ​ຫະ​ລັດ
ຂ້ອຍ​ເຄີຍ​ໃຊ້​ເວັບ​ໄຊ​ຟຣີ​ບ່ອນ​ອື່ນ. ຫຼັງ​ຈາກ​ທີ່​ຂ້ອຍ​ຕັ້ງ​ຄ່າ​ແບບ​ສຳ​ຫຼວດ​ແລ້ວ,​ ພວກ​ເຂົາ​ບອກ​ວ່າ​ຂ້ອຍ​ໄດ້​ເລືອກ​ຕົວ​ເລືອກ​ທີ່​ຂ້ອຍ​ຕ້ອງ​ຈ່າຍ​ເງິນ. ນັ້ນ​ບໍ່​ແມ່ນ​ສິ່ງ​ທີ່​ພວກ​ເຂົາ​ໂຄ​ສະ​ນາ. ຂໍ​ຂອບ​ໃຈ​ທີ່​ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ຍອດ​ຢ້ຽມ​ນີ້!
Jenny, ລັດ​ໂອກ​ລາ​ໂຮ​ມາ, ສະ​ຫະ​ລັດ
ຄວາມ​ສາ​ມາດ​ທີ່​ຫຼາກ​ຫຼາຍ​ໃນ​ເວັບ​ໄຊ​ຂອງ​ທ່ານ​ນັ້ນ​ເໜືອກ​ວ່າ​ເວັບ​ໄຊ​ແບບ​ສຳ​ຫຼວດ​ຟຣີ​ອື່ນໆ​ ທັງ​ໝົດ​ທີ່​ຂ້ອຍ​ໄດ້​ສຶກ​ສາ​ມາ. ຂ້ອຍ​ພົບ​ວ່າ​ແພລດ​ຟອມ​ຂອງ​ທ່ານ​ມີ​ປະ​ໂຫຍດ​ຫຼາຍ,​ ແລະ​ ຂ້ອຍ​ກໍ​ຮູ້​ສຶກ​ປະ​ຫຼາດ​ໃຈ​ຫຼາຍ​ທີ່​ພົບ​ວ່າ​ພວກ​ທ່ານ​ຍັງ​ມີ​ການ​ຊ່ວຍ​ເຫຼືອ​ລູກ​ຄ້າ​ສຳ​ລັບ​ບໍ​ລິ​ການ​ຟຣີ​ນີ້​ນຳ.
Heather, ລັດ​ອາ​ລາ​ສ​ກາ, ສະ​ຫະ​ລັດ
ຂ້ອຍ​ພຽງ​ແຕ່​ມັກ​ລະ​ບົບ​ນີ້​ຫຼາຍ. ພວກ​ທ່ານ​ມີ​ເຄື່ອງ​ມື​ແບບ​ສຳ​ຫຼວດ​ຟຣີ​ທີ່​ດີ​ທີ່​ສຸດ,​ ລະ​ອຽດ​ ແລະ​ ໃສ່​ໃຈ​ຫຼາຍ. ທຸກ​ສິ່ງ​ທີ່​ຂ້ອຍ​ຄິດ​ຫາ​ແມ່ນ​ມີ​ຢູ່​ໃນ​ນີ້​ທັງ​ໝົດ. ຂໍ​ຊົມ​ເຊີຍ. ເຮັດ​ວຽກ​ທີ່​ດີ​ເລີດ​ນີ້​ຕໍ່​ໄປ​ ແລະ​ ການ​ຊ່ວຍ​ເຫຼືອ​ທີ່​ໜ້າ​ປະ​ທັບ​ໃຈ​ນຳ.
Kubija, ເມືອງ​ໄຮ​ເດ​ຣາ​ບັດ, ອິນ​ເດຍ
ຂໍ​ຂອບ​ໃຈ​ຫຼາຍໆ​ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ຂອງ​ທ່ານ. ນີ້​ຈະ​ກາຍ​ເປັນ​ແຫຼ່ງ​ຂໍ້​ມູນ​ຫຼັກ​ສຳ​ລັບ​ການ​ເຮັດ​ແບບ​ສຳ​ຫຼວດ​ສຳ​ລັບ​ອົງ​ກອນ​ຂອງ​ຂ້ອຍ. ຂ້ອຍ​ຊົມ​ເຊີຍ​ໃນ​ຄວາມ​ເປັນ​ມື​ອາ​ຊີບ​ຂອງ​ທ່ານ.
Frank, ລັດ​ຈໍ​ເຈຍ, ສະ​ຫະ​ລັດ
ຂໍ​ຂອບ​ໃຈ​ຫຼາຍໆ​ ສຳ​ລັບ​ການ​ແກ້​ໄຂ​ບັນ​ຫາ​ຂອງ​ຂ້ອຍ. ການ​ບໍ​ລິ​ການ​ທີ່​ດີ​ເລີດ. ມັນ​ເປັນ​ແພລດ​ຟອມ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ແບບ​ສຳ​ຫຼວດ​ຟຣີ​ ແລະ​ ໃຊ້​ງ່າຍ.
Eduardo, ເມືອງ​ບາ​ຣັນ​ກິ​ຢາ, ໂຄ​ລອມ​ເບຍ
ຂ້ອຍ​ມັກ​ເວັບ​ໄຊ​ນີ້​ຫຼາຍ. ມັນ​ໃຊ້​ງ່າຍ,​ ແລະ​ ຂ້ອຍ​ມັກ​ຄວາມ​ຊື່​ສັດ​ຂອງ​ທ່ານ​ກ່ຽວ​ກັບ​ການ​ໃຫ້​ເຂົ້າ​ເຖິງ​ທຸກ​ຄຸນ​ສົມ​ບັດ​ໄດ້​ຢ່າງ​ຄົບ​ຖ້ວນ​ໂດຍ​ບໍ່​ມີ​ຄ່າ​ໃຊ້​ຈ່າຍ​ໃດໆ.
Jason, ລັດ​ອອນ​ແທ​ຣິ​ໂອ, ແຄ​ນາ​ດາ
ເວັບ​ໄຊ​ຂອງ​ທ່ານ​ຍອດ​ຢ້ຽມ​ຫຼາຍ. ເວັບ​ໄຊ​ແບບ​ສຳ​ຫຼວດ​ອື່ນ​ທີ່​ຂ້ອຍ​ເຄີຍ​ໃຊ້​ຄື​ Google Forms, ເຊິ່ງ​ມີ​ຂໍ້​ຈຳ​ກັດ​ຫຼາຍ. AllCounted ມີ​ເຄື່ອງ​ມື​ໃຫ້​ໃຊ້​ຢ່າງ​ຄົບ​ຖ້ວນ.
Alia, ເມືອງ​ໄຄ​ໂຣ, ເອ​ຢິບ
ຂໍ​ຂອບ​ໃຈ​ສຳ​ລັບ​ຄຳ​ຕອບ​ໃນ​ເບື້ອງ​ຕົ້ນ​ທີ່​ວ່ອງ​ໄວ​ ແລະ​ ການ​ຕິດ​ຕາມ​ໃນ​ມື້​ນີ້. ທ່ານ​ບໍ່​ຄ່ອຍ​ໄດ້​ເຫັນ​ການ​ບໍ​ລິ​ການ​ລູກ​ຄ້າ​ທີ່​ດີ​ເລີດ​ແບບ​ນີ້​ໃນ​ປັດ​ຈຸ​ບັນ,​ ແລະ​ ຂ້ອຍ​ກໍ​ຊົມ​ເຊີຍ​ຫຼາຍ.
Benjamin, ລັດ​ເມນ, ສະ​ຫະ​ລັດ
ເວັບ​ໄຊ​ນີ້​ສຸດ​ຍອດ​ຫຼາຍ,​ ແລະ​ ການ​ສ້າງ​ແບບ​ສຳ​ຫຼວດ​ກໍ​ງ່າຍ​ ແລະ​ ບໍ່​ຊັບ​ຊ້ອນ​ເລີຍ!
Ethan, ສະ​ກັອດ​ແລນ, ສະ​ຫະ​ລາ​ຊະ​ອາ​ນາ​ຈັກ
ຫຼັງ​ຈາກ​ທີ່​ມີ​ບັນ​ຊີ​ໃນ​ SurveyMonkey ແລະ​ ເວັບ​ໄຊ​ແບບ​ສຳ​ຫຼວດ​ຟຣີ​ອື່ນ​ທີ່​ບໍ່​ໄດ້​ຟຣີ​ແທ້,​ ຂ້ອຍ​ກໍ​ໄດ້​ຄົ້ນ​ຫາ​ "100% free survey" ໃນ​ Google ແລະ​ ຂ້ອຍ​ກໍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ພົບ​ເວັບ​ໄຊ​ຂອງ​ພວກ​ທ່ານ.
Noah, ອຳ​ສະ​ເຕີ​ດຳ, ເນ​ເທີ​ແລນ
ລະ​ບົບ​ຂອງ​ທ່ານ​ມີ​ຄວາມ​ກະ​ທັດ​ຮັດ,​ ໃຊ້​ງ່າຍ,​ ແລະ​ ເປັນ​ມື​ອາ​ຊີບ. ຂ້ອຍ​ຊົມ​ເຊີຍ​ໃນ​ການ​ຊ່ວຍ​ເຫຼືອ​ທີ່​ມອບ​ໃຫ້​ສຳ​ລັບ​ບໍ​ລິ​ການ​ຟຣີ​ນີ້.
Sophia, ລັດ​ອາ​ຄັນ​ຊໍ, ສະ​ຫະ​ລັດ
ເວັບ​ໄຊ​ຂອງ​ທ່ານ​ໃຫ້​ຄຸນ​ສົມ​ບັດ​ແກ່​ຂ້ອຍ​ຫຼາຍ​ກວ່າ​ເວັບ​ໄຊ​ທີ່​ຕ້ອງ​ຈ່າຍ​ເງິນ​ອີກ. ຕອນ​ນີ້​ຂ້ອຍ​ສາ​ມາດ​ເຮັດ​ແບບ​ສຳ​ຫຼວດ​ທີ່​ດີ​ຂຶ້ນ​ໄດ້​ໂດຍ​ບໍ່​ຕ້ອງ​ຈ່າຍ​ຫຍັງ​ເລີຍ.
Andrew, ລອນ​ດອນ, ສະ​ຫະ​ລາ​ຊະ​ອາ​ນາ​ຈັກ
ຂ້ອຍ​ມັກ​ເວັບ​ໄຊ​ຂອງ​ພວກ​ທ່ານ​ ແລະ​ ຄຸນ​ສົມ​ບັດ​ທີ່​ທັນ​ສະ​ໄໝ​ຫຼາຍ. ຂໍ​ຂອບ​ໃຈ​ທີ່​ເຮັດ​ໃຫ້​ມັນ​ຟຣີ.
Ryan, ລັດ​ໂຄ​ໂລ​ຣາ​ໂດ, ສະ​ຫະ​ລັດ
ຂ້ອຍ​ຮູ້​ສຶກ​ປະ​ທັບ​ໃຈ​ຫຼາຍ​ກັບ​ເວັບ​ໄຊ​ຂອງ​ພວກ​ທ່ານ​ ແລະ​ ຊົມ​ເຊີຍ​ໃນ​ຄວາມ​ງ່າຍ​ໃນ​ການ​ໃຊ້​ງານ. ພວກ​ທ່ານ​ສຸດ​ຍອດ​ຫຼາຍ!
Holly, ຊິດ​ນີ, ອົດ​ສະ​ຕຣາ​ລີ
ຂ້ອຍ​ເຄີຍ​ສ້າງ​ແບບ​ສຳ​ຫຼວດ​ມາ​ຫຼາຍ​ຄັ້ງ​ກ່ອນ​ໜ້າ​ນີ້​ ແລະ​ ຕ້ອງ​ບອກ​ເລີຍ​ວ່າ​ຜະ​ລິດ​ຕະ​ພັນ​ຂອງ​ທ່ານ​ກຳ​ລັງ​ຈະ​ກາຍ​ເປັນ​ເຄື່ອງ​ມື​ທີ່​ຂ້ອຍ​ມັກ​ທີ່​ສຸດ​ໃນ​ການ​ໃຊ້​ງານ.
Janette, ລັດ​ຄາ​ລິ​ຟໍ​ເນຍ, ສະ​ຫະ​ລັດ
ຂ້ອຍ​ມັກ​ເວັບ​ໄຊ​ນີ້​ແທ້ໆ,​ ໂດຍ​ສະ​ເພາະ​ເຄື່ອງ​ມື​ໃນ​ການ​ວິ​ເຄາະ.
Gavin, ໄທ​ເປ, ໄຕ້​ຫວັນ
ພວກ​ເຮົາ​ໄດ້​ເບິ່ງ​ຫຼາຍ​ທາງ​ເລືອກ​ສຳ​ລັບ​ແບບ​ສຳ​ຫຼວດ​ຟຣີ​ ແລະ​ AllCounted ກໍ​ເປັນ​ບ່ອນ​ທີ່​ດີ​ທີ່​ສຸດ​ຢ່າງ​ແນ່​ນອນ. ການ​ຊ່ວຍ​ເຫຼືອ​ກໍ​ຍອດ​ຢ້ຽມ​ຫຼາຍ!
Miranda, ລັດ​ນອດ​ແຄ​ໂຣ​ໄລ​ນາ, ສະ​ຫະ​ລັດ
ຖ້າ​ບໍ​ລິ​ການ​ທີ່​ຕ້ອງ​ຈ່າຍ​ເງິນ​ທັງ​ໝົດ​ມີ​ການ​ຊ່ວຍ​ເຫຼືອ​ທີ່​ເປັນ​ແບບ​ຢ່າງ​ຄື​ກັບ​ຂອງ​ພວກ​ທ່ານ,​ ອິນ​ເຕີ​ເນັດ​ກໍ​ຄົງ​ຈະ​ດີ​ຂຶ້ນ​ຫຼາຍ.
Taylor, ເອ​ດິນ​ເບີ​ຣະ, ສະ​ຫະ​ລາ​ຊະ​ອາ​ນາ​ຈັກ
ຂໍ​ຂອບ​ໃຈ​ຫຼາຍໆ​ ສຳ​ລັບ​ຄຳ​ຕອບ​ທີ່​ວ່ອງ​ໄວ​ຂອງ​ທ່ານ. ເວັບ​ໄຊ​ນີ້​ເປັນ​ລະ​ບົບ​ທີ່​ຍອດ​ຢ້ຽມ​ຫຼາຍ!
Nandan, ນິວ​ເດ​ລີ, ອິນ​ເດຍ
ເວັບ​ໄຊ​ຂອງ​ທ່ານ​ຊ່ວຍ​ຂ້ອຍ​ໄດ້​ຫຼາຍ​ແທ້ໆ – ລວມ​ທັງ​ບໍ​ລິ​ສັດ​ຂອງ​ຂ້ອຍ​ນຳ.
Tracy, ລັດ​ໂອ​ໄຮ​ໂອ, ສະ​ຫະ​ລັດ
ບໍ​ລິ​ການ​ແບບ​ສຳ​ຫຼວດ​ຂອງ​ທ່ານ​ຍອດ​ຢ້ຽມ​ຫຼາຍ​ ແລະ​ ການ​ໃຊ້​ງານ​ຂອງ​ມັນ​ກໍ​ໄດ້​ມອບ​ຂໍ້​ມູນ​ທີ່​ດີ​ຫຼາຍ​ໃຫ້​ກັບ​ທີມ​ວິ​ໄຈ​ຂອງ​ຂ້ອຍ​ກ່ຽວ​ກັບ​ສຸ​ຂະ​ພາບ​ແມ່​ ແລະ​ ເດັກ!
Matthew, ລັດ​ຟຼໍ​ລິ​ດາ, ສະ​ຫະ​ລັດ
ເວັບ​ໄຊ​ນີ້​ຍອດ​ຢ້ຽມ​ຫຼາຍ! ມັນ​ມີ​ປະ​ໂຫຍດ​ຫຼາຍ. ບໍ່​ມີ​ຫຍັງ​ທີ່​ຂ້ອຍ​ຄິດ​ວ່າ​ຕ້ອງ​ເພີ່ມ​ເຕີມ​ ເພາະ​ມັນ​ຕອບ​ໂຈດ​ຄວາມ​ຕ້ອງ​ການ​ຂອງ​ຂ້ອຍ​ໄດ້​ 100%.
Victoria, ເຄນ, ສະ​ຫະ​ລາ​ຊະ​ອາ​ນາ​ຈັກ
ຂ້ອຍ​ໄດ້​ເບິ່ງ​ເວັບ​ໄຊ​ແບບ​ສຳ​ຫຼວດ​ອື່ນໆ​ ທັງ​ໝົດ​ແລ້ວ,​ ແລະ​ ຂ້ອຍ​ກໍ​ຕັດ​ສິນ​ໃຈ​ເລືອກ​ຂອງ​ພວກ​ທ່ານ. ມັນ​ເບິ່ງ​ຄື​ວ່າ​ເປັນ​ເວັບ​ໄຊ​ຟຣີ​ທີ່​ດີ​ທີ່​ສຸດ​ຢ່າງ​ແນ່​ນອນ.
Tammy, ລັດ​ອອນ​ແທ​ຣິ​ໂອ, ແຄ​ນາ​ດາ
ພວກ​ທ່ານ​ຊ່ວຍ​ຂ້ອຍ​ໃຫ້​ພົ້ນ​ຈາກ​ຄວາມ​ລຳ​ບາກ​ໃນ​ວຽກ​ທີ່​ໄດ້​ຮັບ​ມອບ​ໝາຍ,​ ແລະ​ ຂ້ອຍ​ຈະ​ແນະ​ນຳ​ພວກ​ທ່ານ​ໃຫ້​ກັບ​ອາ​ຈານ​ ແລະ​ ນັກ​ຮຽນ​ຄົນ​ອື່ນໆ​ ຢ່າງ​ແນ່​ນອນ. ຂໍ​ຂອບ​ໃຈ​ທີ່​ມອບ​ບໍ​ລິ​ການ​ທີ່​ດີ​ເລີດ​ແບບ​ນີ້.
Charlotte, ລັດ​ເວີ​ຈິ​ເນຍ, ສະ​ຫະ​ລັດ
ຂ້ອຍ​ໄດ້​ພົບ​ບໍ​ລິ​ການ​ຂອງ​ທ່ານ​ຫຼັງ​ຈາກ​ທີ່​ຮູ້​ສຶກ​ຜິດ​ຫວັງ​ກັບ​ "ຜູ້​ສ້າງ​ແບບ​ສຳ​ຫຼວດ​ຟຣີ" ບ່ອນ​ອື່ນ​ ແລະ​ ບໍ່​ໄດ້​ຜົນ​ຕາມ​ທີ່​ຂ້ອຍ​ຕ້ອງ​ການ. ຂ້ອຍ​ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ພົບ​ AllCounted.
Ashley, ເບີ​ມິງ​ແຮມ, ສະ​ຫະ​ລາ​ຊະ​ອາ​ນາ​ຈັກ
ຂ້ອຍ​ຕ້ອງ​ບອກ​ເລີຍ​ວ່າ​ນີ້​ແມ່ນ​ການ​ບໍ​ລິ​ການ​ລູກ​ຄ້າ​ທີ່​ດີ​ທີ່​ສຸດ​ທີ່​ຂ້ອຍ​ເຄີຍ​ໄດ້​ສຳ​ຜັດ​ມາ​ໃນ​ຮອບ​ເວ​ລາ​ອັນ​ຍາວ​ນານ. ຂໍ​ຂອບ​ໃຈ​ຫຼາຍໆ​ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ທີ່​ວ່ອງ​ໄວ​ ແລະ​ ມີ​ປະ​ໂຫຍດ​ຫຼາຍ.
Mary, ເພີດ, ອົດ​ສະ​ຕຣາ​ລີ
ກຳ​ລັງ​ຊອກ​ຫາ​ເວັບ​ໄຊ​ແບບ​ສຳ​ຫຼວດ​ທີ່​ຟຣີ​ແທ້​ໆ​ ທີ່​ດີ​ທີ່​ສຸດ​ຢູ່​ບໍ? ບໍ່​ຕ້ອງ​ຊອກ​ຫາ​ບ່ອນ​ອື່ນ​ອີກ​ແລ້ວ.
ພວກ​ເຮົາ​ໃຊ້​ຄຸກ​ກີ້​ເພື່ອ​ໃຫ້​ບໍ​ລິ​ການ​ໃນ​ເວັບ​ໄຊ​ຂອງ​ພວກ​ເຮົາ. ຖ້າ​ທ່ານ​ນຳ​ໃຊ້​ບໍ​ລິ​ການ​ຂອງ​ພວກ​ເຮົາ​ຕໍ່​ໄປ,​ ພວກ​ເຮົາ​ຖື​ວ່າ​ທ່ານ​ຍິນ​ດີ​ທີ່​ຈະ​ຍອມ​ຮັບ​ຄຸກ​ກີ້​ໃນ​ເວັບ​ໄຊ​ນີ້.
ເຫັນ​ດີ